ທ່າແຮງດ້ານແຮງງານ


  ພົນລະເມືອງຂອງອາຊີອາຄະເນໜາແໜ້ນ/ແຮງງານໜາແໜ້ນ

  ເຂດອາຊີອາຄະເນເປັນເຂດໜື່ງທີ່ມີພົນລະເມືອງໜາແໜ້ນ, ກໍ່ເປັນເຂດທີ່ມິຊັບພະຍາກອນແຮງງານໜາແໜ້ນໃນທົ່ວໂລກ, ແມ່ນ "ດິນໂວກຄຸນຄ່າ" ຂອງກໍາລັງແຮງງານໃນທົ່ວໂລກ, ກຳໍມະກອນຂອງບັນດາປະເທດ ລ້ວນມີຄວາມດຸໝັ່ນຂະຫຍັນ, ນັບຖືລະບຽບການ, ມີນ້ຳໃຈບຸກເບີກພຽງພໍ, ພ້ອມດຽວກັນນັ້ນ, ລາຄາແຮງງານຕ່ຳ, ໃນປະຈຸບັນ ຈຳນວນພົນລະເມື

 

 

  ແຮງງານໜາແໜ້າຢູ່ ປະເທດລາວ / ຕົ້ນທຶນແຮງງານຕ່ຳ

  ປະເທດລາວມີປະຊາກອນປະມານ 7.17 ລ້ານຄົນ ໃນປະຈຸບັນ, ໃນນີ້ມີ ຈຳນວນແຮງງານ 3.82 ລ້ານຄົນ, ມີຊັບພະຍາກອນແຮງງານໜາແໜ້ນ. ເສດຖະກິດສັງຄົມຂອງປະເທດລາວກຳລັງຢູ່ໄລຍະການພັດທະນາເບື້ອງຕົ້ນ, ພົນລະເມືອງແຮງງານສ່ວນຫຼາຍແມ່ນໄວຫນຸ່ມ, ອາຍຸແຕ່ງງານແລະເກີດລູກແມ່ນຍັງເປັນອາຍຸນ້ອຍ, ມີກຳລັງບົ່ມຊ້ອນສຳລັບການເພີ່ມເຕີມພົນລະເມືອງອັນໃຫຍ່ຫຼວງ. ມີແຮງງານສ່ວນໃຫຍ່ແມ່ນທາໍວຽກງານກ່ຽວກັບການຜະລິດກະສິກໍາ, ແລະຄ່າແຮງງານທີ່ທຳວຽກງານກ່ຽວກັບຂະແໜງການນອກຈາກກະສິກຳກໍ່ຕ່ຳ, ສາມາດປະຢັດຕົ້ນທຶນຊັບພະຍາກອນມະນຸດຂະຫນາດໃຫຍ່ໃຫ່ແກ່ວິສາຫະກິດທີ່ໄປລົງທຶນຢູ່ລາວ. ເງິນເດືອນຂອງແຮງງານທົ່ວໄປແມ່ນ 200 ໂດລາ ຕໍ່ເດືອນ, ເງິນເດືອນແຮງງານຕ່ຳສຸດທີ່ລັດຖະບານກຳນົດໄວ້ແມ່ນ 110 ໂດຣາ ຕໍ່ເດືອນ, ອັນນີ້ສະແດງອອກໃຫ້ເຫັນວ່າາລະດັບຄ່າແຮງງານໂດຍລວມຂອງແຮງງານລາວແມ່ນຕໍ່າ,ມີທ່າແຮງດ້ານຕົ້ນທຶນແຮງງານອັນໃຫຍ່ຫຼວງ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.