ເຂດງົດເກັບພາສີແບບກວມລວມ


  ເຊື່ອມຕໍ່ກັບສາກົນ ເປີດກ້ວາງລະດັບສູງ

  ພະຍາຍາມນຳໃຊ້ທ່າແຮງດ້ານທີ່ຕັ້ງ, ເອົາເສດຖະກິດສະໜາມບິນເປັນຫຼັກ, ສ້າງເຂດການຄ້າເສລີທີ່ເຊື່ອມຕໍ່ກັບສາກົນ ແລະ ເປີດກ້ວາງຄວາມສູງ. ເຊື່ອມຕໍ່ກັບເສັ້ນທາງເລກທີ 13, ໃນອະນາຄົດຈະເຊື່ອມຕໍ່ກັບຊ່ອງທາງເສດຖະກິດຢູ່ດ່ານ, ບັນລຸເຖິງ ການຂົນສົ່ງຮ່ວມກັນທາງບົກ ທາງອາກາດ ແລະ ທາງທະເລ.

  ບົດບາດຄົບຖ້ວນ ເຂດແບບຢ່າງໃໝ່

  ບົດບາດຂອງເຂດງົດເກັບພາສີມີ: ການຕໍ່ກາງສາກົນ, ການຈັດສົ່ງສາກົນ, ການຈັດຊື້ສາກົນ, ແລະ ການຄ້າສົ່ງຕໍ່. ລວມກິດຈະການທາງດ້ານການປຸງແຕ່ງເພື່ອສົ່ງອອກ, ການຄ້າສົ່ງຕໍ່,ການງົດເກັບພາສີແລະສາງເກັບມ້ຽນ, ການຄ້າສາກົນ,ການວາງສະແດງສິນຄ້າ,ແລະ ການຂົນສົ່ງ, ການເງິນ, ປະກັນໄພ, ການປຶກສາຂໍ້ມູນ, ແລະ ການບໍລິການທາງການຄ້າທີ່ກ່ຽວຂ້ອງ. ສ້າງເປັນເຂດການຄ້າເສດຖະກິດແບບຢ່າງທີ່ມີ ອົງການປະກັນໄພການເງິນ,ບໍລິສັດການຄ້າ,ວິສາຫະກິດການປຸງແຕ່ງ,ວິສາຫະກິດການຂົນສົ່ງແລະສາງເກັບມ້ຽນ,ການບໍລິກການປຶກສາຂໍ້ມູນ ແລະ ກິດຈະການອື່ນໆ.

  ທ່າແຮງດ້ານນະໂຍບາຍ

  ສາມອຸດສາຫະກຳໃຫຍ່ຂອງເຂດງົດເກັບພາສີແມ່ນເອົາ“ເຂດງົດເກັບພາສີ,ເຂດການປຸງແຕ່ງເພື່ອສົ່ງອອກ,ເຂດການຈໍລະຈອນແຈກຢາຍສິນຄ້າດ້ວຍການງົດເກັບພາສີ”ເປັນຫຼັກ, ສ້າງເຂດເສດຖະກິດສັງລວມທີ່ມີລະດັບການເປີດກ້ວາງສູງອີກ,ບົດບາດທາງດ້ານນະໂຍບາຍຄົບຖ້ວນອີກ,ທ່າແຮງດ້ານທີ່ຕັ້ງຊັດເຈນອີກໃນທົ່ວອາຊີອາຄະເນ.

  ລະດັບນະໂຍບາຍ, ສອດຄ່ອງກັບນະໂຍບາຍການລົງທຶນຂອງລັດຖະບານລາວ ແລະ ການຄ້າເສດຖະກິດໃນອາຊີອາຄະເນ, ສ້າງເຂດການຄ້າເສລີແບບການລົງທຶນແລະສິນຄ້າເຂົ້າ-ອອກເສລີ, ຄົນເຂົ້າ-ອອກເສລີ,ວິສາຫະກິດດຳເນີນງານເສລີ, ເງິນຕາຈໍລະຈອນເສລີ, ແລະເປີດກ້ວາງລະດັບສູງ. ດ້ວຍນະໂຍບາຍອັນໃຫຍ່ຫຼວງ, ຈະດຶງດູດບັນດາວິສາຫະກິດທີ່ມີຊື່ສຽງເປັນຈໍານວນຫຼວງຫຼາຍເຂົ້າມາລົງທຶນກໍ່ສ້າງໂຮງງານ, ກາຍເປັນປ້ອມດ່ານໜ້າຂອງການກໍ່ສ້າງເສດຖະກິດພາກພື້ນ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ກັບໄປທີ່ລາຍການ →