ນິຄົມອຸດສາຫະກຳໄມ້


  ການກຳນົດຖານະຂອງນິຄົມອຸດສາຫະກຳ

  ອີງຕາມ ເປົ້າໝາຍສັງລວມ “ຄ້າຂາຍໃຫຍ່ອີກ, ການປຸງແຕ່ງເລິກເຊິ່ງອີກ,ເຮັດໃຫ້ສາຍໂສ້ຍາວອີກ,ເຮັດເຂດອຸດສາຫະກຳທີ່ດີອີກ”, ສ້າງໂຄງປະກອບສາຍໂສ້ອຸດສາຫະກຳໍດ້ວຍການສະໜອງວັດຖຸດິບ, ການປຸງແຕ່ງເບື້ອງຕົ້ນ,ການປຸງແຕ່ງເລິກເຊິ່ງ ຜະລິດຕະພັນສົ້ນສຸດ, ການອອກແບບ, ການນຳໃຊ້ໝູນວຽນສິ່ງເຫຼືອໃນການປຸງແຕ່ງຜະລິດຕະພັນ, ບັນລຸເຖິງການນຳໃຊ້ໄມ້ສັງລວມທີ່ມີສົມເຫດສົມຜົນໃນໄລຍະເບື້ອງຕົ້ນ, ຫຼຸດລົງບໍລິມາດການປ່ອຍສິ່ງເສດເຫຼືອ ແລະ ໃຫ້ຂັ້ນຕອນການຜະລິດບໍ່ມີອັນຕະລາຍ, ສ້າງເປັນສວນອຸດສາຫະກຳໄມ້ ແບບການພັດທະນາເສດຖະກິດກາກໂບນຕ່ຳ ສິ້ງເປືອງຕ່ຳ ການປ່ອຍຕ່ຳ.

  ການຈັດວາງອຸດສາຫະກຳ

  ສ້າງປືກແຜ່ນອຸດສາຫະກຳທີ່ມີການປູກຕົ້ນໄມ້ ການເກັບຊື້ ການຄ້າຂາຍ ສາງ ການປຸງແຕ່ງ ແລະ ການຜະລິດເຟີນີເຈີ ການອອກແບບ ແລະ ອື່ນໆ, ເອົາໂຄງການການຄ້າຂາຍໄມ້ ເຟີນີເຈີ ( ເຟີນີເຈີ ແຜ່ນພື້ນດິນ ປະຕູແລະປ່ອງຢ້ຽມ ຕູ້ມ້ຽນເຄື່ອງ ໂຊຟ້າ ແລະ ອື່ນໆ) ໂຄງການແຜ່ນໄມ້ອັດ ( ໄມ້ອັດ ແຜ່ນຍິບຊ້ຳບອດແລະອື່ນໆ) ແລະ ໂຄງການປະກອບເປັນຊຸດ ( ໂລຫະ ເຄື່ອງໜັງ ແກ້ວ ການຂົນສົ່ງສິນຄ້າ ແລະ ອື່ນທ ) ເປັນ ຮູບແບບການດຳເນີນການຕົ້ນຕໍ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ກັບໄປທີ່ລາຍການ →