滚动鼠标查看更多

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ

ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ

ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ

ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນໝິງ ສປ ຈີນ ໄດ້ພົບປະກັບ ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢູ່ທີ່ສະຖານກົງສຸນ.

ວັນທີ 22 ມິຖຸນາ 2022, ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນໝິງ ສປ ຈີນ ໄດ້ພົບປະກັບ ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢູ່ທີ່ສະຖານກົງສຸນ. ທັງສອງຝ່າຍໄດ້ຜ່ານການແລກປ່ຽນຢ່າງເປີດເຜີຍຢ່າງເລິກເຊິ່ງແລະມີຄວາມເຫັນດີເຫັນພ້ອມໃນຫຼາຍດ້ານເຊັ່ນ:ການປັບປຸງປະສິດທິພາບຂອງການບໍລິການດ້ານການຄຸ້ມຄອງ,ການເພີ່ມປະສິດທິພາບຂອງສະພາບແວດລ້ອມທຸລະກິດ,ການປົກປ້ອງຮັກສາສິ່ງແວດລ້ອມ,ການພັດທະນາແບບຍືນຍົງ,ການຫັນປ່ຽນຄວາມສາມາດການຜະລິດແລະການສົ່ງເສີມຊຸກຍູ້ອຸດສາຫະກຳການຜະລິດໂດຍສະເພາະແມ່ນການພັດທະນາວິສາຫະກິດພະລັງງານນ້ຳມັນເຂົ້າປະຈຳຢູ່ໃນເຂດພູຂຽວ ແລະ ອື່ນໆ.

ທ່ານ.ນ ໂລເໝີຍຈ່ຽນ ສາດສະດາຈານຂອງມະຫາວິທະຍາໄລຢຸນນານໄດ້ສ້າງຄວາມຫມັ້ນໃຈໃຫ້ແກ່ສະມາຄົມການຄ້າຢ່າງໂຈ່ວປະຈຳ ຄຸນໝິງ

ວັນທີ 21 ພຶດສະພາ 2022 ນີ້, ທ່ານ.ນ ໂລເໝີຍຈ່ຽນ, ສາດສະດາຈານຂອງມະຫາວິທະຍາໄລຢຸນນານ, ຮອງຫົວໜ້າຄະນະກຳມະການເສດຖະກິດປຶກສາການເມືອງແຂວງຢຸນນານ, ອະດີດຮອງຄະນະບໍດີຄະນະເສດຖະສາດຂອງມະຫາວິທະຍາໄລຢຸນນານ, ດ.ຣ ເສດຖະສາດ, ອາຈານຊີ້ນຳນັກຮຽນປະລິນຍາເອກ, ໄດ້ໃຫ້ຄຳປາໄສທີ່ມີຊື່ວ່າ"ການວິເຄາະສະພາບເສດຖະກິດຈີນໃນປະຈຸບັນແລະສັງເກດແລະພະຍາກອນອະນາຄົດ"ໃນກອງປະຊຸມສຳມະນາເຂດເສດຖະກິດສະເພາະພູຂຽວ ທີ່ຈັດໂດຍເຂດເສດຖະກິດສະເພາະພູຂຽວ ແລະສະພາການຄ້າຢາງໂຈ່ວປະຈຳຄຸນໝິງ, ໄດ້ວິເຄາະສະຖານະການ,ເພີ່ມທະວີຄວາມໝັ້ນໃຈໃຫ້ແກ່ນັກທຸລະກິດຢາງໂຈ່ວທີ່ປະຈຳຄຸນໝິງ,ຜູ້ເຂົ້າຮ່ວມໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍແລະມີສຽງຕອບໂຕ້ຢ່າງແຮງກ້າທີ່ສຸດ.

ທ່ານ. ຫວັງຫຍີ ພົບປະກັບ ທ່ານ. ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ວັນທີ 3 ກໍລະກົດ 2022 ທີ່ ມຽນມ້າ ສໍານັກຂ່າວຊິນຫົວ (ນັກຂ່າວ ຈັ່ງຕົ່ງຊຽງ) ວັນທີ 3 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ທ່ານ.ຫວັງຫຍີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ຄະນະກຳມະການປະຈຳຄະນະລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ພົບປະກັບ ທ່ານ. ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໄລຍະເວລາຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 7 ຢູ່ທີ່ ມຽນມ້າ.

ທ່ານ. ຫວັງຫຍີ ໄດ້ກ່າວເຖິງກ່ຽວກັບຜົນງານຂອງການຮ່ວມມືແມ່ນ້ຳຂອງ ແລະ ແມ່ນ້ຳລ້ານຊ້າງຂອງປີກາຍນີ້

ວັນທີ 4 ກໍລະກົດ ປີ 2022 ຕາມເວລາທ້ອງຖິ່ນ, ທ່ານ.ຫວັງຢີ່, ລັດຖະມົນຕີ ກະຊວງການຕ່າງປະເທດ, ຄະນະກຳມະການປະຈຳຄະນະລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ເປັນປະທານເພື່ອຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 7 ຢູ່ທີ່ມຽນມ້າ. ໃນກອງປະຊຸມດັ່ງກ່າວນີ້, ທ່ານ.ຫວັງຢີ່ ກ່າວວ່າ: ນັບຕັ້ງແຕ່ປີກາຍນີ້ຜ່ານມາ, 6 ປະເທດໄດ້ປະຕິບັດຄວາມເຫັນເອກະພາບກັນຂອງກອງປະຊຸມຜູ້ນໍາ ຄັ້ງທີ 3 ຢ່າງຈິງຈັງ,ຮ່ວມມືກັນຢ່າງຈິງຈັງເພື່ອຕ້ານພະຍາດໂຄວິດ,ຊຸກຍູ້ການຟື້ນຟູເສດຖະກິດ,ສືບຕໍ່ເພີ່ມທະວີການແລກປ່ຽນດ້ານມະນຸດສະທຳ,ບັນລຸໝາກຜົນທີ່ດີ,ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມຄວາມໝັ້ນຄົງແລະຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ບົດລາຍງານປະຈຳອາທິດກ່ຽວກັບໂຄງການຕ່າງປະເທດຂອງວິສາຫະກິດຈີນ

ບໍລິສັດ ຂົວທາງ ຈີນ ໄດ້ປະມູນໂຄງການສ້ອມແປງເສັ້ນທາງໄລຍະ 3 ຂອງເສັ້ນທາງເຊື່ອມຕໍ່ພາກພື້ນອາຊີກາງຂອງປະເທດກຽກກິດສະຖານ

ພິທີມອບລາງວັນການແຂ່ງຂັນວິດີໂອສັ້ນກ່ຽວກັບ"ເລື່ອງຂອງການຕໍ່ສູ້ຂອງປະຊາຊົນຈີນພາຍໃຕ້ການນຳພາຂອງພັກກອມມູນິດຈີນ" ໄດ້ຈັດຂຶ້ນຢູ່ປະເທດລາວ

ພິທີມອບລາງວັນການແຂ່ງຂັນວິດີໂອສັ້ນກ່ຽວກັບ"ເລື່ອງຂອງການຕໍ່ສູ້ຂອງປະຊາຊົນຈີນພາຍໃຕ້ການນຳພາຂອງພັກກອມມູນິດຈີນ" ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ລາວ ໂດຍ ສະຖານເອກອັກຄະລັດຖະທູດຈີນປະຈຳ ສປປ ລາວເປັນເຈົ້າພາບ ສູນວັດທະນະທຳຈີນປະຈຳ ສປປ ລາວເປັນຜູ້ຮັບຜິດຊອບຈັດການ.

ຜົນສຳເລັດຂອງຈີນໄດ້ສ້າງຄວາມໝັ້ນໃຈແລະກຳລັງແຮງໃຫ້ແກ່ປະເທດທີ່ກຳລັງພັດທະນາ-ຢ້ຽມຢາມທ່ານສົມມາດ ຮອງປະທານສະພາແຫ່ງຊາດລາວ

ທ່ານ ສົມມາດ ຮອງປະທານສະພາແຫ່ງຊາດລາວກ່າວວ່າ,ການກໍ່ສ້າງສັງຄົມນິຍົມຂອງຈີນໄດ້ບັນລຸຜົນສຳເລັດທີ່ໜ້າສັງເກດໃນໂລກເພື່ອສ້າງຄວາມໝັ້ນໃຈແລະຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາຢ່າງກວ້າງຂວາງ,ລວມທັງລາວ,ເພື່ອຄົ້ນຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນເອງ.

图片名称

ການແນະນຳຂອງເຂດເສດຖະກິດສະເພາະພູຂຽວ

ດ້ວຍການສະໜັບສະໜູນຈາກພາກລັດແຕ່ສູນກາງຮອດທ້ອງຖີ່ນ, ເຂດເສດຖະກິດສະເພາະພູຂຽວໄດ້ຮັບການອະນຸມັດສ້າງຕັັ້ງຂຶ້ນຕາມຂໍ້ຕົກລົງສະບັບເລກທ 1/ຄຂພສລົງວັນທ 06/01/ 2011 ແລະໄດ້ຮັບການແຕ່ງຕັັ້ງສະພາບໍລິຫານເສດຖະກິດເຂດເສດຖະກິດສະເພາະພູຂຽວຕາມຂໍ້ຕົກລົງເລກທ 25/ຄຂພສລົງວັນທີ 27/06/2012 ຮັບຜິດຊອບກໍານົດນະໂຍບາຍແລະບໍລິຫານເສດຖະກິດເຂດເສດຖະກິດສະເພາະພູຂຽວຢ່າງເອກະລາດໂດຍສອດຄ່ອງກັບກົດໝາຍແຫ່ງສປປລາວເພື່ອດຶງດູດແລະສົົ່ງເສີມການລົງທຶນຈາກພາຍໃນແລະຕ່າງປະເທດໃຫ້ບັນລຸເປົ້າໝາຍການພັດທະນາເຂດເສດຖະກິດສະເພາະພູຂຽວແລະສ້າງຜົນປະໂຫຍດອັນສູງສຸດໃຫ້ແກ່ປະເທດຊາດ.

4850 ເຮັກຕາ

ເນື້ອທີ່ໂຄງການ

99 ປີ

ໄລຍະສຳປະທານ

2019 ປີ

ການຮ່ວມມືໂຄງການ

ສືບຮູ້ຫຼາຍຂໍ້ມູນ →
图片名称

ເຂດເສດຖະກິດພິເສດລະດັບຊາດ

ດ້ວຍການສະໜັບສະໜູນຈາກພາກລັດແຕ່ສູນກາງຮອດທ້ອງຖີ່ນ, ເຂດເສດຖະກິດສະເພາະພູຂຽວໄດ້ຮັບການອະນຸມັດສ້າງຕັັ້ງຂຶ້ນຕາມຂໍ້ຕົກລົງສະບັບເລກທ 1/ຄຂພສລົງວັນທ 06/01/ 2011 ແລະໄດ້ຮັບການແຕ່ງຕັັ້ງສະພາບໍລິຫານເສດຖະກິດເຂດເສດຖະກິດສະເພາະພູຂຽວຕາມຂໍ້ຕົກລົງເລກທ 25/ຄຂພສລົງວັນທີ 27/06/2012 ຮັບຜິດຊອບກໍານົດນະໂຍບາຍແລະບໍລິຫານເສດຖະກິດເຂດເສດຖະກິດສະເພາະພູຂຽວຢ່າງເອກະລາດໂດຍສອດຄ່ອງກັບກົດໝາຍແຫ່ງສປປລາວເພື່ອດຶງດູດແລະສົົ່ງເສີມການລົງທຶນຈາກພາຍໃນແລະຕ່າງປະເທດໃຫ້ບັນລຸເປົ້າໝາຍການພັດທະນາເຂດເສດຖະກິດສະເພາະພູຂຽວແລະສ້າງຜົນປະໂຫຍດອັນສູງສຸດໃຫ້ແກ່ປະເທດຊາດ.

图片名称

ຊ່ຳກັນກັບເຊິ່ງເຈິ້ງຂອງຈີນ

ໜື່ງເຂດ/ໜື່ງເຂດສະເຫງວນປ່າທຳມະຊາດ ໜື່ງຕົວເມືອງ/ໜື່ງຕົວເມືອງໃໝ່ທີ່ສາມາດບັນຈຸ200000ປະຊາກອນ ນິຄົມອຸດສາຫະກຳ 12 ແຫ່ງ : ນິຄົມອຸດສາຫະກຳວັດທະນະທຳ ແລະ ທ່ອງທ່ຽວ, ນິຄົມອຸດສາຫະກຳບໍລິການການເງິນ, ນິຄົມອຸດສາຫະກຳການຄ້າ, ນິຄົມອຸດສາຫະກຳງານວາງສະແດງ, ນິຄົມອຸດສາຫະກຳໂລຈິສຕິກ, ນິຄົມອຸດສາຫະກຳເຕັກໂນໂລຈີສູງໃໝ່, ນິຄົມອຸດສາຫະກຳແຮ່ທາດ, ນິຄົມອຸດສາຫະກຳໄມ້, ນິຄົມອຸດສາຫະກຳກະສິກຳເຂດຮ້ອນ, ນິຄົມອຸດສາຫະກຳສຸກຂະພາບ, ນິຄົມອຸດສາຫະກຳການຍົກຍ້າຍຄວາມສາມາດການຜະລິດສາກົນ, ເຂດງົດເກັບພາສີແບບກວມລວມ.

图片名称

ເປັນແບບສາກົນ, ເປັນແບບອຸດສາຫະກຳ

ເອົາການສ້າງເປັນເຂດເສດຖະກິດສີຂຽວທີ່ມີການບໍລິການທັນສະໄໝ, ທີ່ເລີ່ມຕົ້ນສູງ, ຄຸນນະພາບສູງ, ເປັນແບບສາກົນ, ເປັນແບບປັນຍາ,ການພັດທະນາແບບຍືນຍົງເປັນຈຸດໜັກ.

图片名称

ຄຸນນະພາບສູງ, ມາດຕະຖານສູງ

ນຳເຂົ້າທິມງານການດຳເນີນທຸລະກິດທີ່ມີຄູນນະພາບສູງ, ສະເຫວີຍການບໍລິການແບບປະຕູດຽວ,ໜື່ງຕໍ່ໜື່ງ,ມີປະສິດທິຜົນສູງ ແລະ ມີຄຸນນະພາບສູງ.

ເຂດເສດຖະກິດແດນຄຳທີ່ມີ 8 ທ່າແຮງ

ທີ່ຕັ້ງປະຈຳເຂດດີ, ເນື້ອທີ່ໃຫຍ່, ຊັບພະຍາກອນອຸດົມສົມບຸນ, ນະໂຍບາຍດີ

ທ່າແຮງສິ່ງແວດລ້ອມສາກົນຂອງລາວ

ທ່າແຮງທີ່ຕັ້ງປະຈຳເຂດ

ທ່າແຮງຕົ້ນທຶນການລົງທຶນ

ທ່າແຮງສຸມແຮງງານ

ທ່າແຮງທາງພາສີຂອງປະເທດທີ່ມີລະບົບສິດທິພິເສດທາງພາສີທົ່ວໄປ ( GSP )

ທ່າແຮງດ້ານພາສີອາກອນ

ທ່າແຮງຊັບພະຍາກອນທີ່ອຸດົມສົມບຸນ

ທ່າແຮງບໍລິການທີ່ມີປະສິດທິພາບສູງ

ນິຄົມອຸດສາຫະກຳ 12 ແຫ່ງ

ສ້າງວົງແຫວນເສດຖະກິດແມ່ນ້ຳຂອງແມ່ນ້ຳລ້ານຊ້າງ, ລວມມີ 8 ພາກສ່ວນປະກອບ, 1 ເຂດສະແຫວງນປ່າທຳມະຊາດ, ເມືອງໃໝ່ພູຂຽວ 1 ແຫ່ງ, ນິຄົມອຸດສາຫະກຳ 12 ແຫ່ງ.

ນິຄົມອຸດສາຫະກໍາໂລຈິສຕິກ

ອີງໃສ່ ເວທີການຄ້າການຈໍລະຈອນແຈກຢາຍສິນຄ້າ ທ່າບົກ, ການຈໍລະຈອນແຈກຢາຍສິນຄ້າ ທ່າເຮືອ, ເສດຖະກິດອ້ອມທ່າ,ການຈໍລະຈອນແຈກຢາຍສິນຄ້າທາງອາກາດ, ສູນການຂົນສົ່ງຜູ້ໂດຍສານ, ການຈໍລະຈອນແຈກຢາຍສິນຄ້າຜ່ານທາງບົກແລະທາງລົດໄຟ, ການຈໍລະຈອນແຈກຢາຍສິນຄ້າຜ່ານທາງບົກແລະທາງທະເລ,ການຂົນສົ່ງສາງ, ການຈໍລະຈອນແຈກຢາຍສິນຄ້າທາງການຂົນສົ່ງ, ການຈໍລະຈອນແຈກຢາຍສິນຄ້າສາຍໂສ້ເຢັນ, ເກັບມ້ຽນດ້ວຍລະບົບເຢັນ, ສະຖິຕິໃຫຍ່ການຈໍລະຈອນແຈກຢາຍສິນຄ້າ ແລະ ເວທີການຄ້າອື່ນໆ, ສ້າງສູນກາງການຈໍລະຈອນແຈກຢາຍສິນຄ້າຫຼັກໃນທົ່ວເຂດອາຊີອາຄະເນ, ການເປັນສວນອຸດສາຫະກຳການຈໍລະຈອນແຈກຢາຍສິນຄ້າແບບກວມລວມດ້ວຍການຈໍລະຈອນແຈກຢາຍສິນຄ້າດ່ານທາງບົກເປັນເວທີຫຼັກ, ບົດບາດຈຸດສຸມເປັນໂຄງຮ່າງປະກອບຕົ້ນຕໍ, ປະກອບການຂົນສົ່ງສິນຄ້າ,ການບໍລິການຂໍ້ມູນ, ສາງ, ການຈໍລະຈອນແຈກຢາຍ, ການປຸງແຕ່ງ, ການຈັດສົ່ງ, ການສະແດງເປັນຊຸດ. ສ້າງວິທີການຂົນສົ່ງດ້ວຍຫຼາຍວິທີໂດຍຜ່ານທາງບົກ,ທາງທະເລ,ທາງອາກາດ, ທາງລົດໄຟ, ທາງດ່ວນ ແລະ ວິທີການອື່ນໆ. ສ້າງສວນອຸດສາຫະກຳການຈໍລະຈອນແຈກຢາຍສິນຄ້າສັງລວມຂະໜາດໃຫຍ່ແລະທັນສະໄໝທີ່ມີບົດບາດການຍົກຖ່າຍທ່າເຮືອ, ການບໍລິການທາງທ່າເຮືອ, ການຂົນສົ່ງງົດເກັບພາສີ, ການຈັດສົ່ງສາງ, ການຂົນສົ່ງຫຼາຍທາງປະສານກັນ, ຂໍ້ມູນການຂົນສົ່ງສັງລວມ, ການຄ້າສາຍໂສ້ເຢັນ, ການຄ້າຂາຍສິນຄ້າງວດໃຫຍ່,ການປຸງແຕ່ງ ແລະ ບົດບາດອື່ນໆ.
ສືບຮູ້ຫຼາຍຂໍ້ມູນ →

ນິຄົມອຸດສາຫະກຳງານວາງສະແດງ

ເອົາ “ເສດຖະກິດໃໝ່ງານວາງສະແດງ”ເປັນຈິດສຳນຶກສຳຄັນ, ອີງໃສ່ວົງແຫວນນິເວດ“ງານວາງສະແດງ +”, ສ້າງສາຍໂສ້ອຸດສາຫຳກຳທາງດ້ານເສດຖະກິດໃໝ່ງານວາງສະແດງ, ສຸມໃສ່ການສະຫນອງຮູບພາບ-ສຽງ,ວິດີໂອສັ້ນ,ການຖ່າຍທອດສົດ,ການວາງແຜນເຫດການ,ການປັບປຸງທັກສະຄວາມສາມາດ, ການພັດທະນາວິສາຫະກິດ,ການສ້າງໄອພິແລະການບໍລິການລະບົບຕ່ອງໂສ້ອຸດສາຫະກໍາທັງຫມົດອື່ນໆ, ສຳຫຼວດຄວາມສາມາດໃນການພັດທະນາເສດຖະກິດໃໝ່ເປັນຕົວແບບໃໝ່ທີ່ປະກອບບໍລິການໃໝ່, ສະຖານະການໃໝ່, ສິນຄ້າໃໝ່, ການບໍລິໂພກໃໝ່, ແລະການນຳໃຊ້ການຄ້າ5gເປັນໜຶ່ງດຽວ. ກິດຈະການຕົ້ນຕໍໃນອະນາຄົດປະກອບມີ : ການກໍ່ສ້າງ ແລະ ການດໍາເນີນງານຂອງສູນງານວາງສະແດງໃໝ່ໃນທົ່ວວົງແຫວນເສດຖະກິດອາຊີໃຕ້,ການອອກແບບງານວາງສະແດງ, ການບໍລິການງານວາງສະແດງ,ການບໍລິການພິທີການລະດັບສູງ ແລະ ການກໍ່ສ້າງສິ່ງປະກອບເປັນຊຸດໃນເຂດງານວາງສະແດງ.
ສືບຮູ້ຫຼາຍຂໍ້ມູນ →

ນິຄົມອຸດສາຫະກຳການຄ້າ

ລວມທຸລະກິດແບບຕັ້ງເດີມກັບງານວາງສະແດງ, ລະບົບຕ່ອງໂສ້ການສະໜອງ,ການຄ້າຜ່ານທາງເອເລັກໂຕຣນິກຂ້າມຊາຍແດນ ແລະ ອຸດສາຫະກຳໃໝ່ອື່ນໆ, ສ້າງເປັນຮູບການອຸດສາຫະກຳຕົວຈິງໂດຍມີລັກສະນະປະສົມ"ການຄ້າ+", ອີງໃສ່ແນວຄວາມຄິດ“ອິນເຕີເນັດ + ການຄ້າຕ່າງປະເທດ”, ສຸມໃສ່ການສ້າງຊຸມຊົນນິເວດວິທະຍາຂອງການຄ້າອີເລັກໂທຣນິກຂ້າມຊາຍແດນທີ່ປະສົມປະສານກັບເວທີ,ຕະຫຼາດ,ສາງແລະການຂົນສົ່ງ, ສ້າງສູນໃໝ່ຂອງອຸດສາຫະກຳແລະການຄ້າໂດຍມີລັກສະນະ ທຸລະກິດແລະງານສະແດງຮ່ວມກັນ, ອອນລານແລະອອຟລານຮ່ວມກັນ, ແບບກວມລວມແລະປະຕູດຽວ.
ສືບຮູ້ຫຼາຍຂໍ້ມູນ →

ນິຄົມອຸດສາຫະກຳໍການເງິນ

ເອົາ“ສີຂຽວ, ປະດິດສ້າງໃໝ່, ເປີດກ້ວາງ, ປອດໄພ, ເສລີ”ເປັນ ວັດຖຸປະສົງໃນການກໍ່ສ້າງແລະການດຳເນີນງານ, ສຸມໃສ່ພັດທະນາໂຄງຣ່າງປະກອບອຸດສາຫະກຳ ທີ່ເອົາ ສື່ການເງິນ ການບໍລິການກິດຈະການທຸລະກິດ ການຄ້າ ເປັນການປະກອບຄົບຊຸດ ແລະ ເອົາວັດທະນະທຳ ແລະ ທ່ອງທ່ຽວເປັນຄຳ້ຊູ, ຊັກນຳອົງການກອງທຶນການລົງທຶນອຸດສາຫະກໍາການເງິນ, ປະກັນໄພ, ການບໍລິການການເງິນແລະສື່ການເງິນທີ່ກ່ຽວຂ້ອງໃນປະເທດອ້ອມຂ້າງ, ພ້ອມດຽວກັນນັ້ນ ຜ່ານການຊີ້ແນະ ວິສາຫະກິດແບບການຄ້າສິນຄ້າງວດໃຫຍ່, ປະກັນໄພ, ກອງທຶນ, ລະດຸມທຶນແລະການໃຫ້ເຊົ່າ, ອົງການທະນາຄານແລະອົງການທີ່ບໍ່ແມ່ນທະນາຄານ, ແລະວິສາຫະກິດນໍາເຂົ້າແລະສົ່ງອອກ ເຂົ້າມາປະຈຳຢູ່ໃນເຂດເສດຖະກິດສະເພາະພູຂຽວ, ສ້າງເປັນສະຖານທີ່ຈຸດສຸມຂອງ"ວິສາຫະກິດການເງິນຫຼາຍຮ້ອຍແຫ່ງແລະນັກການເງິນຊັ້ນນໍາຫລາຍໝື່ນຄົນ
ສືບຮູ້ຫຼາຍຂໍ້ມູນ →

ນິຄົມອຸດສາຫະກຳວັດທະນະທາໍແລະທ່ອງທ່ຽວ

ເອົາການຮັກສາສຸຂະພາບ,ວັດທະນະທຳ-ທ່ອງທ່ຽວ, ການພັກຜ່ອນ ຢອນອາລົມ-ບັນເທິງ, ການພັກເຊົານິເວດ ເປັນຈິດສຳນຶກການພັດທະນາສຳຄັນ, ສ້າງສວນສາທິດການພັກຜ່ອນຢ່ອນໃຈທີ່ປະກອບມີວັດທະນະທຳ ທ່ອງທ່ຽວ ການພັກຜ່ອນຢອນອາລົມ ການບຳລຸງລ້ຽງສຸກຂະພາບ ບັນເທິງ ແລະຊ້ອບປິ້ນ. ສ້າງເປັນສູນທ່ອງທ່ຽວຣີຊອດນິເວດ ສູນພັກເຊົານິເວດ ແລະ ສູນຊ້ອບບິ້ນທີ່ອ່ວາຍໜ້າສູ່ອາຊີອາຄະເນ, ພ້ອມທັງສ້າງເປັນສະຖານທີ່ທ່ອງທ່ຽວທີ່ຮອງຈາກບາງກອກ ປາຕິຍາຂອງປະເທດໄທ, ແລະ ສູນວັດທະນະທຳ ແລະ ພັກຜ່ອນຢອນອາລົມນິເວດ ທີ່ຮອງຈາກຊຽງໃໝ່ ແລະ ສຸເມີຍ ຂອງປະເທດໄທ, ສ້າງບົດບາດສໍາຄັນໃນການກະຕຸ້ນເສດຖະກິດ ການພັດທະນາທ່ອງທ່ຽວແລະການສ້າງວັດທະນະທຳມະນຸດຂອງປະເທດລາວ.
ສືບຮູ້ຫຼາຍຂໍ້ມູນ →

ນິຄົມອຸດສາຫະກໍາເຕັກໂນໂລຈີສູງໃໝ່

ໃນການຊຸກຍູ້ການພັດທະນາແບບລັກສະນະພິເສດຂອງເສດຖະກິດທ້ອງຖິ່ນ, ເອົາການພັດທະນາອຸດສາຫະກຳທີ່ມີລັກສະນະພິເສດຕ່າງໆເປັນຈຸດສຳຄັນ, ສ້າງອຸດສາຫະກຳທີ່ມີຄວາມສຳຄັນໃນການພັດທະນາອຸດສາຫະກຳດີຈີຕອນ,ອຸດສາຫະກຳຂໍ້ມູນຂ່າວສານ,ອຸດສາຫະກຳພະລັງງານໃໝ່,ການປະກອບລົດພະລັງງານໃໝ່,ການປະກອບລົດຖີບອີເລັກໂທຣນິກ ແລະ ເຄື່ອງມືໄຟຟ້າ,ເຄື່ອງໃຊ້ໄຟຟ້າໃນບ້ານ,ໂທລະສັບສະຫຼາດ,ແລະອຸປະກອນສວມໃສ່ອັດສະລິຍະ.
ສືບຮູ້ຫຼາຍຂໍ້ມູນ →

ເມືອງໃໝ່ພູຂຽວ

ສ້າງເປັນເມືອງນິເວດວິທະຍາໃນລາວແລະເມືອງໃໝ່ທີ່ມີສວນສາທາລະນະທີ່ມີຊີວິດຊີວາ. ໂດຍເນັ້ນໃສ່ເຂດການຄ້າ,ເຂດການພັດທະນາອະສັງຫາລິມະຊັບ, ການສຶສາ ກິລາແລະວັດທະນະທຳ, ເຂດການແພດ ແລະສູນທ່ອງທ່ຽວ. ອີງໃສ່ລະດັບຄວາມສີວິໄລຂອງສັງຄົມ,ລະດັບຄວາມຮັ່ງມີຂອງເສດຖະກິດ,ລະດັບຄວາມສະອາດຂອງສິ່ງແວດລ້ອມ,ກ່ຳລັງແບກຮັບຊັບພະຍາກອນ, ລະດັບຄວາມສະອາດຂອງຊີວິດການເປັນຢູ່, ລະດັບຄວາມປອດໄພສາທາລະນະ 06 ມາຕະຖານ, ຍຶດໝັ້ນຫຼັກການການພັດທະນາ “ລັກສະນະທົ່ວໂລກ, ລັກສະນະສະໄໝ, ລັກສະນະພິເສດ,ລັກສະນະຂອບເຂດ, ລັກສະນະທ້ອງຖິ່ນ”, ສ້າງສາຍພົວພັນທີ່ດີລະຫ່ວາງ ນິເວດ ພັກຢູ່ອາໄສ ຊີວິດການເປັນຢູ່, ສ້າງຕົວເມືອງໃຫຍ່ນິເວດທີ່ປະຊາກອນ200000 ຄົນ ພໍຢູ່ອາໄສ.
ສືບຮູ້ຫຼາຍຂໍ້ມູນ →

ນິຄົມອຸດສາຫະກຳໄມ້

ອີງຕາມ ເປົ້າໝາຍສັງລວມ “ຄ້າຂາຍໃຫຍ່ອີກ, ການປຸງແຕ່ງເລິກເຊິ່ງອີກ,ເຮັດໃຫ້ສາຍໂສ້ຍາວອີກ,ເຮັດເຂດອຸດສາຫະກຳທີ່ດີອີກ”, ສ້າງໂຄງປະກອບສາຍໂສ້ອຸດສາຫະກຳໍດ້ວຍການສະໜອງວັດຖຸດິບ, ການປຸງແຕ່ງເບື້ອງຕົ້ນ,ການປຸງແຕ່ງເລິກເຊິ່ງ ຜະລິດຕະພັນສົ້ນສຸດ, ການອອກແບບ, ການນຳໃຊ້ໝູນວຽນສິ່ງເຫຼືອໃນການປຸງແຕ່ງຜະລິດຕະພັນ, ບັນລຸເຖິງການນຳໃຊ້ໄມ້ສັງລວມທີ່ມີສົມເຫດສົມຜົນໃນໄລຍະເບື້ອງຕົ້ນ, ຫຼຸດລົງບໍລິມາດການປ່ອຍສິ່ງເສດເຫຼືອ ແລະ ໃຫ້ຂັ້ນຕອນການຜະລິດບໍ່ມີອັນຕະລາຍ, ສ້າງເປັນສວນອຸດສາຫະກຳໄມ້ ແບບການພັດທະນາເສດຖະກິດກາກໂບນຕ່ຳ ສິ້ງເປືອງຕ່ຳ ການປ່ອຍຕ່ຳ.
ສືບຮູ້ຫຼາຍຂໍ້ມູນ →

ສະພາບປ່ຽນແປງການລົງທຶນໃນປະເທດລາວ

ທີ່ຕັ້ງປະຈຳເຂດດີ, ເນື້ອທີ່ໃຫຍ່, ຊັບພະຍາກອນອຸດົມສົມບຸນ, ນະໂຍບາຍດີ.