ນິຄົມອຸດສາຫະກຳໍການເງິນ
ການກຳນົດຖານະຂອງນິຄົມອຸດສາຫະກຳ:
ເອົາ“ສີຂຽວ, ປະດິດສ້າງໃໝ່, ເປີດກ້ວາງ, ປອດໄພ, ເສລີ”ເປັນ ວັດຖຸປະສົງໃນການກໍ່ສ້າງແລະການດຳເນີນງານ, ສຸມໃສ່ພັດທະນາໂຄງຣ່າງປະກອບອຸດສາຫະກຳ ທີ່ເອົາ ສື່ການເງິນ ການບໍລິການກິດຈະການທຸລະກິດ ການຄ້າ ເປັນການປະກອບຄົບຊຸດ ແລະ ເອົາວັດທະນະທຳ ແລະ ທ່ອງທ່ຽວເປັນຄຳ້ຊູ, ຊັກນຳອົງການກອງທຶນການລົງທຶນອຸດສາຫະກໍາການເງິນ, ປະກັນໄພ, ການບໍລິການການເງິນແລະສື່ການເງິນທີ່ກ່ຽວຂ້ອງໃນປະເທດອ້ອມຂ້າງ, ພ້ອມດຽວກັນນັ້ນ ຜ່ານການຊີ້ແນະ ວິສາຫະກິດແບບການຄ້າສິນຄ້າງວດໃຫຍ່, ປະກັນໄພ, ກອງທຶນ, ລະດຸມທຶນແລະການໃຫ້ເຊົ່າ, ອົງການທະນາຄານແລະອົງການທີ່ບໍ່ແມ່ນທະນາຄານ, ແລະວິສາຫະກິດນໍາເຂົ້າແລະສົ່ງອອກ ເຂົ້າມາປະຈຳຢູ່ໃນເຂດເສດຖະກິດສະເພາະພູຂຽວ, ສ້າງເປັນສະຖານທີ່ຈຸດສຸມຂອງ"ວິສາຫະກິດການເງິນຫຼາຍຮ້ອຍແຫ່ງແລະນັກການເງິນຊັ້ນນໍາຫລາຍໝື່ນຄົນ
ການຈັດວາງອຸດສາຫະກຳ
ຈັ້ງຕີນການເງິນອິນເຕີເນັດ, ການເງິນອິນເຕີເນັດອົບຕິງສ ແລະ ການເງິນສາຍໂສ້ສະໜອງ, ສ້າງເວທີການຄ້າອິເລັກໂຕຣນິກແບບຕີຈີຕັ້ອນກໍ່ຄື: ທະນາຄານ, ປະກັນໄພ, ກອງທຶນ, ຫຼັກຊັບ, ການລະດຸມທຶນແລະການເຊົ່າ,ການຈ່າຍເງິນແບບຕີຈີຕັ້ອນ,ເງິນຕາຕີຈີຕັ້ອນ, ການເງິນອິນເຕີເນັດ ແລະ ເວທີການຄ້າອິເລັກໂຕຣນິກແບບຕີຈີຕັ້ອນອື່ນໆ, ຕົ້ນຕໍປະກອບມີ: ການກູ້ຢືມເງິນສາກົນ, ການແລກປ່ຽນເງິນຕາຕ່າງປະເທດ ແລະ ການຄ້າເງິນຕາ, ພາກສ່ວນປະກັນໄພພາຍໃນເຂດການລົງທຶນ ແລະ ພາກສ່ວນການເງິນ ແລະ ການບໍລິການທຶນຮອນ.
ເປົ້າໝາຍການພັດທະນາທາງອຸດສາຫະກຳ:
ໃນອະນາຄົດ ຈະສ້າງເປັນ ສູນການປະດິດສ້າງພາລະກິດການເງິນອິນເຕີເນັດ,ສູນການບໍລິການສັງລວມທາງດ້ານການເງິນອິນເຕີເນັດ, ສູນການຄົ້ນຄ້ວາ ແລະ ພັດທະນາເຕັກນິກການເງິນອິນເຕີເນັດ ແລະ ສູນການຮ່ວມມືທຸລະກິດ,ສູນການທົດສອບແລະຢັ້ງຢືນຄວາມປອດໄພທາງດ້ານການເງິນອິນເຕີເນັດ, ສູນການເງິນແບບປະດິດສ້າງໃຫມ່ ໃນທົ່ວເຂດອາຊຽນ. ສ້າງເຖື່ອນການເງິນທາງການຄ້າຂອງວົງແຫວນເສດຖະກິດແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງ, ຊຸກຍູ້ການຄ້າທາງການເງິນຂອງປະເທດອ້ອມຂ້າງ, ອຳນວຍຄວາມສະດວກໃນການລະດຸມທຶນໃຫ້ແກ່ວິສາຫະກິດໃນເຂດ, ເຮັດໃຫ້ລະບົບການເງິນຂອງເຂດເສດຖະກິດສະເພາະພູຂຽວ ເຊື່ອມຕໍ່ກັບ ລະບົບການເງິນສາກົນ.
ໜ້າກ່ອນໜ້ານີ້
ໜ້າຕໍ່ໄປ:
ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ
ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.
ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ
ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.
ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.