ນິຄົມອຸດສາຫະກຳກະສິກຳເຂດຮ້ອນ


  ການກຳນົດຖານະຂອງນິຄົມອຸດສາຫະກຳ

  ຕາມມາດຕະຖານຂອງສະຖານທີ່ທ່ອງທ່ຽວ, ສ້າງສວນສາທາລະນະກະສິກຳແຖບຮ້ອນແຫ່ງຊາດທີ່ມີຫົວຂໍ້ກະສິກຳ,ພູມສັນຖານກະສິກຳ,ເຕັກໂນໂລຈີກະສິກຳແລະປະສົບການດ້ານກະສິກຳ. ສ້າງສວນການດຳເນີນງານແບບຢ່າງທີ່ມີບົດບາດການປຸງແຕ່ງອາຫານແລະການລ້ຽງປະສຸສັດ,ກາເຟ,ຜັກສານເຄມີ,ອຸດສາຫະກຳການລ້ຽງສັດ, ຜະລິດຕະພັນກະສິກຳ,ຜະລິດຕະພັນນ້ຳ,ການຄ້າຂາຍເຂົ້າ ແລະ ບົດບາດອື່ນໆ.

  ການຈັດວາງອຸດສາຫະກຳ

  ການປຸງແຕ່ງອາຫານ ແລະ ການລ້ຽງປະສຸສັດ, ຕະຫຼາດການຂາຍກາເຟ, ຜັກນິເວດ, ອຸດສາຫະກຳການລ້ຽງສັດ,ຜະລິດຕະພັນກະສິກຳ,ຜະລິດຕະພັນ້ຳ, ເຂົ້າ ແລະ ຕະຫຼາດກະສິກຳອື່ນໆ, ພ້ອມທັງມີ ການປູກຟັງໝາກໄມ້ເຂດຮ້ອນ, ການຂາຍຍົກ ແລະ ສາງເກັບມ້ຽນໝາກໄມ້, ການຄ້າຂາຍຜ່ານທາງອິເລັກໂຕຣນິກ ແລະ ການຄ້າຂາຍດ້ວຍຖ່າຍຮູບພາບສົດ ແລະ ອື່ນໆ.

  ເປົ້າໝາຍການພັດທະນາອຸດສາຫະກຳ:

  ອີງຕາມແນວຄິດ ສ້າງໂຄງການວິທິວທັດທີ່ມີຫົວຂໍ້ກະສິກຳ ແລະ ສະຖານທີ່ພັກຜ່ອນແບບມີຫົວຂໍ້ກະສິກຳ, ແນໃສ່ ການປູກຝັງໝາກໄມ້ແຖບຮ້ອນ ການຂາຍຍົກ ສາງເກັບມ້ຽນ ການຄ້າຜ່ານທາງອິເລັກໂຕໂຣນິກ ແລະ ການຈຳໜ່າຍດ້ວຍຊ່ອງໂທລະພາບຖ່າຍສົດ ແລະ ຮູບແບບອື່ນໆ, ໃຫ້ກະສິກຳ ທ່ອງທ່ຽວ ການເບິ່ງວິວທິວທັດ ການປູກຝັງ ແລະ ການຈຳໜ່າຍ ການຄ້າຂາຍດ້ວຍໂທລະພາບຖ່າຍສົດ ວິທິວທັດພິເສດ ປະສົມປະສານກັນ, ສ້າງສວນອຸດສາຫະກຳກະສິກຳແບບກວມລວມລັກສະນະກະສິກຳແຖບຮ້ອນໂດຍມີວັດທະນະທຳໝາກໄມ້ແຖບຮ້ອນ, ວິວທິວທັດພູຜາປ່າໄມ້ ແລະ ນ້ຳທໍາມະຊາດ, ການພັກຜ່ອນ ແລະໂຮລິເດ ແລະ ການສຶກສາວິທະຍາສາດ ແລະ ອື່ນໆ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ກັບໄປທີ່ລາຍການ →