ນິຄົມອຸດສາຫະກຳງານວາງສະແດງ
ການກຳນົດຖານະຂອງນິຄົມອຸດສາຫະກຳ
ເອົາ “ເສດຖະກິດໃໝ່ງານວາງສະແດງ”ເປັນຈິດສຳນຶກສຳຄັນ, ອີງໃສ່ວົງແຫວນນິເວດ“ງານວາງສະແດງ +”, ສ້າງສາຍໂສ້ອຸດສາຫຳກຳທາງດ້ານເສດຖະກິດໃໝ່ງານວາງສະແດງ, ສຸມໃສ່ການສະຫນອງຮູບພາບ-ສຽງ,ວິດີໂອສັ້ນ,ການຖ່າຍທອດສົດ,ການວາງແຜນເຫດການ,ການປັບປຸງທັກສະຄວາມສາມາດ, ການພັດທະນາວິສາຫະກິດ,ການສ້າງໄອພິແລະການບໍລິການລະບົບຕ່ອງໂສ້ອຸດສາຫະກໍາທັງຫມົດອື່ນໆ, ສຳຫຼວດຄວາມສາມາດໃນການພັດທະນາເສດຖະກິດໃໝ່ເປັນຕົວແບບໃໝ່ທີ່ປະກອບບໍລິການໃໝ່, ສະຖານະການໃໝ່, ສິນຄ້າໃໝ່, ການບໍລິໂພກໃໝ່, ແລະການນຳໃຊ້ການຄ້າ5gເປັນໜຶ່ງດຽວ. ກິດຈະການຕົ້ນຕໍໃນອະນາຄົດປະກອບມີ : ການກໍ່ສ້າງ ແລະ ການດໍາເນີນງານຂອງສູນງານວາງສະແດງໃໝ່ໃນທົ່ວວົງແຫວນເສດຖະກິດອາຊີໃຕ້,ການອອກແບບງານວາງສະແດງ, ການບໍລິການງານວາງສະແດງ,ການບໍລິການພິທີການລະດັບສູງ ແລະ ການກໍ່ສ້າງສິ່ງປະກອບເປັນຊຸດໃນເຂດງານວາງສະແດງ.
ການຈັດວາງອຸດສາຫະກຳ
ນຳໃຊ້ຮູບແບບ“ໜື່ງສວນມີຫຼາຍພື້ນທີ່”, ເອົາການບໍລິການງານວາງສະແດງເປັນຈຸດສຳໍຄັນ, ເອົາການຄົມມະນາຄົມການຂົນສົ່ງ,ການຈໍລະຈອນແຈກຢາຍສິນຄ້າ,ໂທລະຄົມ,ການເງິນ,ທ່ອງທ່ຽວ,ກິນດື່ມເປັນຄ້ຳປະກັນ, ເອົາການອອກແບບ,ໂຄສະນາ,ການພິມ,ການຕິດຕັ້ງ,ການເຊົ່າ,ການບໍລິການທີ່ພາກສະໜາມເປັນການປະກອບເປັນຊຸດ,ເຮັດໃຫ້“ທຸກເດືອນກໍ່ມີງານວາງສະແດງ, ທຸກງານວາງສະແດງກໍ່ມີລັກສະນະພິເສດ”.

ເປົ້າໝາຍການພັດທະນາ:
ສ້າງເຂດຈຸດສຸມອຸດສາຫະກຳງານວາງສະແດງລະດັບສູງໃນວົງແຫວນເສດຖະກິດອາຊີໃຕ້, ສ້າງວົງນິເວດອຸດສາຫະກຳທີີ່ມີການແຂ່ງຂັນທ່ຽງທຳ, ການແບ່ງໜ້າທີ່ສົມເຫດສົມຜົນ. ເອົາການລົງທຶນໂຄງການທີ່ມີມູນຄ່າພັນລ້ານເປັນໂອກາດ, ເຕົ້າໂຮມອັນປະກອບລະດັບສູງຂອງຂະແໜງການ, ຊຸກຍູ້ອຸດສາຫະກຳງານວາງສະແດງພັດທະນາໂດຍມີຄຸນນະພາບສູງ ແລະ ມີປະສິດທິຜົນສູງ, ຍົກລະດັບລັກສະນະສາກົນ,ລັກສະນະວິຊາຊີບຂອງອຸດສາຫະກຳ. ຈັບຈອງໂອກາດການພັດທະນາດ້ວຍການປະດິດສ້າງໃໝ່ແລະການພັດທະນາແບບລວມສູນຂອງອຸດສາຫະກໍາ, ຊຸກຍູ້ການພັດທະນາລະຫ່ວາງອຸດສາຫະກຳງານວາງສະແດງກັບອິນເຕີເນັດ+ການເງິນແລະເຕັກໂນໂລຈີສູງ, ພັດທະນາວິສາຫະກິດ ແລະ ອຸດສາຫະກຳທາງດ້ານການບໍລິການງານວາງສະແດງເກີດໃໝ່, ຊຸກຍູ້“ມະຫະຊົນປະດິດສ້າງທຸລະກິດ, ມະຫາຊົນໝື່ນຄົນປະດິດສ້າງໃໝ່”ຂອງອຸດສາຫະກຳງານວາງສະແດງ .

ໜ້າກ່ອນໜ້ານີ້
ໜ້າຕໍ່ໄປ:
ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ
ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.
ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ
ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.
ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.