ນິຄົມອຸດສາຫະກຳການຄ້າ
ການກຳນົດຖານະຂອງນິຄົມອຸດສາຫະກຳ
ລວມທຸລະກິດແບບຕັ້ງເດີມກັບງານວາງສະແດງ, ລະບົບຕ່ອງໂສ້ການສະໜອງ,ການຄ້າຜ່ານທາງເອເລັກໂຕຣນິກຂ້າມຊາຍແດນ ແລະ ອຸດສາຫະກຳໃໝ່ອື່ນໆ, ສ້າງເປັນຮູບການອຸດສາຫະກຳຕົວຈິງໂດຍມີລັກສະນະປະສົມ"ການຄ້າ+", ອີງໃສ່ແນວຄວາມຄິດ“ອິນເຕີເນັດ + ການຄ້າຕ່າງປະເທດ”, ສຸມໃສ່ການສ້າງຊຸມຊົນນິເວດວິທະຍາຂອງການຄ້າອີເລັກໂທຣນິກຂ້າມຊາຍແດນທີ່ປະສົມປະສານກັບເວທີ,ຕະຫຼາດ,ສາງແລະການຂົນສົ່ງ, ສ້າງສູນໃໝ່ຂອງອຸດສາຫະກຳແລະການຄ້າໂດຍມີລັກສະນະ ທຸລະກິດແລະງານສະແດງຮ່ວມກັນ, ອອນລານແລະອອຟລານຮ່ວມກັນ, ແບບກວມລວມແລະປະຕູດຽວ.
ການຈັດວາງອຸດສາຫະກຳ
ເຂດງົດເກັບພາສີ, ຮ້ານປອດພາສີ, ສາງງົດເກັບພາສີຕ່າງປະເທດ ແລະ ຕະຫຼາດຕ່າງໆ ຄື: ຕະຫຼາດວັດສະດຸກໍ່ສ້າງ, ຕະຫຼາດດອກໄຟ, ຕະຫຼາດວັດສະດຸຫີນ, ຕະຫຼາດແຜ່ນ, ຕະຫຼາດໂລຫະ, ຕະຫຼາດແກ້ວ, ຕະຫຼາດລົດ, ຕະຫຼາດລົດພະລັງໄຟຟ້າ, ຕະຫຼາດລົດຈັກ, ຕະຫຼາດເຄື່ອງໄຟຟ້າ, ຕະຫຼາດກົນຈັກວິສະວະກຳ, ຕະຫຼາດກົນຈັກກຳສິກຳ, ຕະຫຼາດກົນຈັກບໍ່ແຮ່, ຕະຫຼາດສິນຄ້າໃຊ້ປະຈຳວັນ ( ການຜະລິດ ແລະ ຂາຍຍົກຕ່ຳແຜ່ນ ໃຍວິທະຍາສາດ ກະເບົາ ເສື້ອຜ້າ ເກີບ ເຄື່ອງຫຼິ້ນ) ແລະ ອື່ນໆ.
ລັກສະນະພິເສດຂອງອຸດສາຫະກຳ:
ຜ່ານການສ້າງເວທີການຕະຫຼາດແບບຫຸ່ນຍົນ, ຜ່ານການຍົກລະດັບເຕັກນິກຂໍ້ມູນໃຫ້ແກ່ການຄິດໄລ່ຄຣາວດ,ເຄື່ອງເຊື່ອມຕໍ່ກັບອິນເຕີເນັດແລະຂໍ້ມູນເຕັກນິກອື່ຮໆ,ສ້າງສາມພາກສ່ວນຫຼັກຂອງການດໍາເນີນງານໂດຍປະກອບມີ ການຄ້າ+ງານວາງສະແດງ, ການຄ້າ+ສາຍໂສ້ສະໜອງ, ການຄ້າ+ການຄ້າຜ່ານທາງເອເລັກໂຕໂຣນິກ.
ເປົ້າໝາຍການພັດທະນາອຸດສາຫະກຳ:
ສ້າງເຂດປອດພາສີໃຫ້ກາຍເປັນເຂດປອດພາສີແບບຄົບຖ້ວນອີກ,ໃຫຍ່ອີກ ແລະ ມີລາຄາພິເສດອີກ, ປະກອບມີ: ເຂດການຄ້າສາກົນ, ການຈັດຊື້ລະດັບສາກົນ, ການປຸງແຕ່ງນຳເຂົ້າ-ສົ່ງອອກ,ງານວາງສະແດງການຄ້າ ແລະ ອື່ນໆ. ເຂດປອດພາສີມີເນື້ອທີ່ິດິນລວມ 8.06 ກິໂລແມັດ, ຕົ້ນຕໍປະກອບມີ : ສາງ, ທີ່ດິນຮັບໃຊ້ການບໍລິການການຜະລິດ, ທີ່ິດິນຮັບໃຊ້ການບໍລິຫານ.
ອ່ວາຍໜ້າສູ່ຕະຫຼາດສາຍໂສ້ການຈໍລະຈອນແຈກຢາຍສິນຄ້າທາງການຄ້າໃນ ທົ່ວອາຊີໃຕ້ ແລະ ອາຊີອາຄະເນ, ປະຕິບັດຕາມລະບົບການດຳເນີນງານແລະການພັດທະນາສາກົນ,ລະບົບການຮ່ວມມືສາຍໂສ້ອຸດສາຫະກຳແບບຄົບຖ້ວນ,ສ້າງເປັນສວນອຸດສາຫະກຳທີ່ມີມາດຕະຖານການດຳເນີນງານສາກົນ ແລະ ເຂດການຄ້າເສລີສັງລວມທີ່ມີຂະໜາດສາກົນ.

ໜ້າກ່ອນໜ້ານີ້
ໜ້າຕໍ່ໄປ:
ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ
ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.
ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ
ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.
ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.