ເມືອງໃໝ່ພູຂຽວ


  ການກຳນົດຖານະຂອງ ເມືອງໃໝ່:

  ສ້າງເປັນເມືອງນິເວດວິທະຍາໃນລາວແລະເມືອງໃໝ່ທີ່ມີສວນສາທາລະນະທີ່ມີຊີວິດຊີວາ. ໂດຍເນັ້ນໃສ່ເຂດການຄ້າ,ເຂດການພັດທະນາອະສັງຫາລິມະຊັບ, ການສຶສາ ກິລາແລະວັດທະນະທຳ, ເຂດການແພດ ແລະສູນທ່ອງທ່ຽວ. ອີງໃສ່ລະດັບຄວາມສີວິໄລຂອງສັງຄົມ,ລະດັບຄວາມຮັ່ງມີຂອງເສດຖະກິດ,ລະດັບຄວາມສະອາດຂອງສິ່ງແວດລ້ອມ,ກ່ຳລັງແບກຮັບຊັບພະຍາກອນ, ລະດັບຄວາມສະອາດຂອງຊີວິດການເປັນຢູ່, ລະດັບຄວາມປອດໄພສາທາລະນະ 06 ມາຕະຖານ, ຍຶດໝັ້ນຫຼັກການການພັດທະນາ “ລັກສະນະທົ່ວໂລກ, ລັກສະນະສະໄໝ, ລັກສະນະພິເສດ,ລັກສະນະຂອບເຂດ, ລັກສະນະທ້ອງຖິ່ນ”, ສ້າງສາຍພົວພັນທີ່ດີລະຫ່ວາງ ນິເວດ ພັກຢູ່ອາໄສ ຊີວິດການເປັນຢູ່, ສ້າງຕົວເມືອງໃຫຍ່ນິເວດທີ່ປະຊາກອນ200000 ຄົນ ພໍຢູ່ອາໄສ.

 

  ເນື້ອໃນຕົ້ນຕໍຂອງການພັດທະນາເມືອງໃໝ່:

  ເມືອງທີ່ມີລັກສະນະພິເສດ, ເຮືອນພັກແລະເຮືອນວິນລາຂອງໂຄງການທ່ອງທ່ຽວວັດທະນະທໍາ, ຕືກສູງ, ຖະຫນົນຊ້ອບປິ້ນທີ່ມີລັກສະນະພິເສດ, ໂຮງບາ, ຮ້ານກາເຟ, ອາຫານ, ໂຮງແຮມ, ເຮືອນພັກ, ໂຮລິເດ, ຮ້ານປອດພາສີ, ຊາງນາ, ການສະແດງສິລະປະແລະເສດຖະກິດຕຶກ (ສໍານັກງານ, ສາຂາຫ້ອງການທີ່ປະຈຳ ສປປ ລາວຂອງບໍລິສັດທີ່ມາຈາກອາຊຽນ, ຈີນ, ຍີ່ປຸ່ນແລະເກົາຫຼີໃຕ້ແລະປະເທດອື່ນໆ)ແລະອື່ນໆ.

  ລັກສະນະພິເສດຂອງເມືອງໃໝ່:

  ໃນເມືອງໃໝ່ຈະສ້າງຖະໜົນການຄ້າທີ່ມີລັກສະນະພິເສດແບບການຄ້າ ທ່ອງທ່ຽວ ວັດທະນະທຳ ພັດທະນາປະສານກັນ, ຊຸກຍູ້ເຕັມແຮງ ໃຫ້ແກ່ການກໍ່ສ້າງການຄ້າທີ່ເປັນຫົວຂໍ້ວັດທະນະທຳ ທ່ອງທ່ຽວ ແລະ ພັກຜ່ອນ ໃນເຂດ. ອີງໃສ່ຄວາມໝາຍຂອງວັດທະນະທຳອາຊີອາຄະເນ, ປະຕິບັດຕາມ ໜື່ງເຂດ ໜື່ງຖະໜົນ, ໜື່ງເຂດໜື່ງໂຄງການພິເສດ, ພະຍາຍາມສ້າງຖະໜົນການຄ້າທີ່ມີຫຼາຍຂະແໜງການພັດທະນາປະສານກັນ, ມີວັດທະນະທຳອາຊີອາຄະເນ ແລະ ຄຸນນະພາບສູງ.

  ເປົ້າໝາຍການພັດທະນາອຸດສາຫະກຳ:

  ສ້າງສູນບັນເທີງແລະສູນຊ້ອບປິ້ນໃນວົງແຫວນເສດຖະກິດທົ່ວອາຊີ,ຊຸກຍູ້ການສ້າງສິ່ງແວດລ້ອມຊ້ອບປິ້ນທາງການທ່ອງທ່ຽວໃນທ້ອງຖິ່ນ, ນຳພາການພັດທະນາເສດຖະກິດທ້ອງຖິ່ນ. ພະຍາຍາມສ້າງເມືອງສູນກາງບໍລິໂພກແຫ່ງຊາດ, ບຳລຸງລ້ຽງຕະຫຼາດພິເສດໃໝ່ 1-2 ແຫ່ງໂດຍມີບົດບາດ ສູນບັນເທີງຊ້ອບປິ້ນສາກົນແລະ ສູນຈຳໜ່າຍສິນຄ້ານຳເຂົ້າ, ຊຸກຍູ້ການກໍ່ສ້າງຮ້ານປອດພາສີ ແລະ ສູນຊ້ອບປິ້ນປອດພາສີ, ສ້າງເຂດຈຸດສຸມບໍລິໂພກສາກົນ ແລະ ສູນຊ້ອບປິ້ນຊັ້ນກາງ ແລະ ຊັ້ນສູງ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ກັບໄປທີ່ລາຍການ →