ນິຄົມອຸດສາຫະກໍາເຕັກໂນໂລຈີສູງໃໝ່


  ການກຳນົດຖານະຂອງນິຄົມອຸດສາຫະກຳ

  ໃນການຊຸກຍູ້ການພັດທະນາແບບລັກສະນະພິເສດຂອງເສດຖະກິດທ້ອງຖິ່ນ, ເອົາການພັດທະນາອຸດສາຫະກຳທີ່ມີລັກສະນະພິເສດຕ່າງໆເປັນຈຸດສຳຄັນ, ສ້າງອຸດສາຫະກຳທີ່ມີຄວາມສຳຄັນໃນການພັດທະນາອຸດສາຫະກຳດີຈີຕອນ,ອຸດສາຫະກຳຂໍ້ມູນຂ່າວສານ,ອຸດສາຫະກຳພະລັງງານໃໝ່,ການປະກອບລົດພະລັງງານໃໝ່,ການປະກອບລົດຖີບອີເລັກໂທຣນິກ ແລະ ເຄື່ອງມືໄຟຟ້າ,ເຄື່ອງໃຊ້ໄຟຟ້າໃນບ້ານ,ໂທລະສັບສະຫຼາດ,ແລະອຸປະກອນສວມໃສ່ອັດສະລິຍະ.

  ການຈັດວາງອຸດສາຫະກຳ

  ອຸດສາຫະກຳດິຈີຕັ້ອນ, ອຸດສາຫະກຳຂໍ້ມູນ, ອຸດສາຫະກຳແຫຼ່ງພະລັງງານໃໝ່ (ລວມມີ ການປະກອບລົດໃຊ້ແຫຼ່ງພະລັງງານ

  ໃໝ່, ການປະກອບລົດຖີບພະລັງງານໄຟຟ້າ ) ແລະ ເຄື່ອງມືໄຟຟ້າ, ເຄື່ອງໄຟຟ້າໃຊ້ໃນບ້ານ,ໂທລະສັບສະຫຼາດ,ແລະອຸປະກອນສວມໃສ່ອັດສະລິຍະ.

  ເປົ້າໝາຍການພັດທະນາອຸດສາຫະກຳ:

  ຜ່ານການນຳເຂົ້າແລະການບຳລຸງລ້ຽງອຸດສາຫະກຳເຕັກໂນໂລຈີສູງໃໝ່, ສົ່ງເສີມການຫັນປ່ຽນຮູບແບບອຸດສາຫະກຳ ແລະ ຍົກລະດັບຢ່າງຕໍ່ເນື່ອງ, ພັດທະນາອຸດສາຫະກຳແບບການເຕີບໂຕໃຫຍ່ສູງ ແລະ ອຸດສາຫະກຳເກີດໃໝ່, ຍົກລະດັບການປະດິດສ້າງໃໝ່ທາງດ້ານວິທະຍາສາດເຕັກນິກ. ຜ່ານການຮ່ວມມືກັບວິສາຫະກິດໃຫຍ່ ສ້າງເປັນເຂດພັດທະນາອຸດສາຫະກຳເຕັກໂນໂລຈີສູງໃໝ່ລະດັບແຫ່ງຊາດ, ເຂດແບບຢ່າງການປະດິດສ້າງໃໝ່ເປັນເຈົ້າຕົນເອງຂອງຊາດ, ເຂດພິເສດບຸກຄະລາກອນລະດັບຊາດ, ສ້າງເປັນເຂດອຸດສາຫະກຳເຕັກໂນໂລຈີສູງໃໝ່ຂອງອາຊີໃຕ້ ອາຊີອາຄະເນ ແລະ ວົງແຫວນເສດຖະກິດແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງ. ພາຍຫຼັງສ້າງສຳເລັດແລ້ວ, ຈະເປັນທຸງ ໜ້າໜື່ງຂອງການພັດທະນາການປະດິດສ້າງໃໝ່ເສດຖະກິດລາວ-ຈີນ, ອ່ວາຍໜ້າສູ່ອະນາຄົດ, ສົ່ງເສີມເຂົ້າເປັນສະຊິກຂອງສູນກາງປະດິດສ້າງໃໝ່ທາງດ້ານວິທະຍາສາດເຕັກນິກທີ່ມີອິທິພົນໃນທົ່ວໂລກ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ກັບໄປທີ່ລາຍການ →