ນິຄົມອຸດສາຫະກໍາການເຄື່ອນຍ້າຍຄວາມສາມາດການຜະລິດ
ການເຄື່ອນຍ້າຍຄວາມສາມາດການຜະລິດ ຊອກຫາໂອກາດໃໝ່
ເນື່ອງຈາກ ໃນເວລາທີ່ພັດທະນາເສດຖະກິດຂອງປະເທດ, ມີອຸດສາຫະກຳຫຼາຍຊະນິດຕ້ອງການຫັນປ່ຽນຮູບແບບແລະຍົກລະດັບ, ເຮັດໃຫ້ການລົ້ນເຫຼືອຂອງຄວາມສາມາດການຜະລິດເກີດຂຶ້ນ, ສະນັ້ນ ຕ້ອງການຕະຫຼາດເກີດໃໝ່ ແລະ ໂອກາດເກີດໃໝ່ມາປ່ຽນແທນ.
ການເຄື່ອນຍ້າຍຄວາມສາມາດການຜະລິດໃຫ້ມີຄວາມປອດໄພ, ຮັບປະກັນເສດຖະກິດປອດໄພ.
ສະພາບການເມືອງຂອງປະເທດລາວມີຄວາມໝັ້ນຄົງ, ປະຊາຊົນມີຄວາມໄມຕີຈິດຕໍ່ຄົນຕ່າງປະເທດ, ມີສາຍພົວພັນທີ່ດີກັບຕ່າງປະເທດໃນທົ່ວໂລກ, ໄດ້ຮັບນະໂຍບາຍພິເສດຈາກຫຼາຍປະເທດ, ມີທ່າແຮງດ້ານໄຟຟ້າ ທ່າແຮງດ້ານຊັບພະຍາກອນ ທ່າແຮງດ້ານລາຄາແຮງງານ ທ່າແຮງດ້ານທີ່ຕັ້ງ ແລະ ທ່າແຮງອື່ນໆ. ການເຄື່ອນຍ້າຍຄວາມສາມາດການຜະລິດທີ່ມີຄວາມປອດໄພ ເຮັດໃຫ້ຕະຫຼາດ ແລະ ໂອກາດເກີດໃໝ່ ພ້ອມທັງຮັບນະໂຍບາຍພິເສດອີກ , ເປັນເລືອກທີ່ດີ ຕໍ່ນັກລົງທຶນ.
ຍຶດໝັ້ນທິດການພັດທະນາ ແບບນິເວດ ແລະ ສີຂຽວ
ຍຶດໝັ້ນ ທິດທາງການພັດທະນາແບບນິວເວດ ສິຂຽວ , ສອດຄ່ອງກັບ ທິດທາງການພັດທະນາໃນອະນາຄົດ.
ມ້າງຜ່າສະພາບຫຍຸ້ງຍາກຂອງອຸດສາຫະກຳ
ໜ້າກ່ອນໜ້ານີ້
ໜ້າຕໍ່ໄປ:
ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ
ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.
ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ
ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.
ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.