ນິຄົມອຸດສາຫະກຳວັດທະນະທາໍແລະທ່ອງທ່ຽວ


  ການກຳນົດຖານະຂອງນິຄົມອຸດສາຫະກຳ

  ເອົາການຮັກສາສຸຂະພາບ,ວັດທະນະທຳ-ທ່ອງທ່ຽວ, ການພັກຜ່ອນ ຢອນອາລົມ-ບັນເທິງ, ການພັກເຊົານິເວດ ເປັນຈິດສຳນຶກການພັດທະນາສຳຄັນ, ສ້າງສວນສາທິດການພັກຜ່ອນຢ່ອນໃຈທີ່ປະກອບມີວັດທະນະທຳ ທ່ອງທ່ຽວ ການພັກຜ່ອນຢອນອາລົມ ການບຳລຸງລ້ຽງສຸກຂະພາບ ບັນເທິງ ແລະຊ້ອບປິ້ນ. ສ້າງເປັນສູນທ່ອງທ່ຽວຣີຊອດນິເວດ ສູນພັກເຊົານິເວດ ແລະ ສູນຊ້ອບບິ້ນທີ່ອ່ວາຍໜ້າສູ່ອາຊີອາຄະເນ, ພ້ອມທັງສ້າງເປັນສະຖານທີ່ທ່ອງທ່ຽວທີ່ຮອງຈາກບາງກອກ ປາຕິຍາຂອງປະເທດໄທ, ແລະ ສູນວັດທະນະທຳ ແລະ ພັກຜ່ອນຢອນອາລົມນິເວດ ທີ່ຮອງຈາກຊຽງໃໝ່ ແລະ ສຸເມີຍ ຂອງປະເທດໄທ, ສ້າງບົດບາດສໍາຄັນໃນການກະຕຸ້ນເສດຖະກິດ ການພັດທະນາທ່ອງທ່ຽວແລະການສ້າງວັດທະນະທຳມະນຸດຂອງປະເທດລາວ.

  ການຈັດວາງອຸດສາຫະກຳ

  ສະໜາມກອຟ, ສະໜາມງານແຂ່ງຂັນແລ່ນມ້າ, ສະໜາມສູ້ງົວ, ສະໜາມສັງວຽນມວຍ, ສະໜາມຫຼິ້ນເກມສະເພາະເດັກນ້ອຍ, ສະໜາມຫຼິ້ນເກມກາງນ້ຳ, ສະໜາມວັດທະນະທຳແລະທ່ອງທ່ຽວ, ສະໜາມສິລະປະການສະແດງ, ສວນຫຼິ້ນນ້ຳ, ເມືອງຮູບເງົາອ້ອມໂລກ, ພື້ນທີ່ຖ່າຍຮູບເງົາ ແລະ ອື່ນໆ.

  ລັກສະນະພິເສດຂອງອຸດສາຫະກຳ:

  ສ້າງໂຄງຣ່າງປະກອບອຸດສາຫະກຳແບບພັກຜ່ອນໂຮລິເດ ໂດຍມີ ເຂດຖະໜົນການຄ້າ+ການສະແດງສາກໃນຫ້ອງ , ເຂດພາບວິວທິວທັດມູນເຊື້ອ + ເງົາສະຫ່ວາງວິທະຍາສາດເຕັກນິກ + ການສະແດງລະຄອນຕົວຈິງ, ໜອງ ແລະ ພາບວິວທິວທັດ+ ລັກສະນະແບບໃຫຍ່ ແລະ ແບບຄົບຖ້ວນ, ເຮັດໃຫ້ວັດທະນະທຳ ແລະ ທ່ອງທ່ຽວ ປະສົມປະສານກັນ, ສ້າງສະຖານທີ່ເຕົ້າໂຮມອຸດສາຫະກຳທີ່ປະກອບມີອາຫານລັກສະນະພິເສດ , ບັນເທິງ ແລະ ພັກຜ່ອນ, ການທົດສອບຮັບຮູ້ເຮັດໄຮ່ໄຖນາ, ທ່ອງທ່ຽວພ້ອມທັງຊ້ອບປິ້ນ, ການສະແດງສິລະປະທາງດ້ານວັດທະນະທຳ, ກິນ ດື່ມ ຫຼິ້ນແບບພວງພະນັງ, ພາບວິວທິວທັດການພັກຜ່ອນ, ການເຄື່ອນໄຫວສິລະປະ, ຮ້ານຂາຍສິນຄ້າລັກສະນະພິເສດ, ຕະຫຼາດປະດິດສ້າງໃໝ່, ພື້ນທີ່ວັດທະນະທຳທີ່ມີລັກສະນະພິເສດ, ສະຖານທີ່ອອກກຳລັງກາຍເພື່ອບຳລຸງຮັກສາສຸກຂະພາບ ແລະ ອື່ນໆ.

ເຂດເສດຖະກິດສະເພາະພູຂຽວເປີດສົ່ງເສີມດຶງດູດການລົງທຶນໃນທົ່ວໂລກຢ່າງເປັນທາງການ


ວັນທີ 3 ກໍລະກົດ 2022, ເຂດເສດຖະກິດສະເພາະພູຂຽວລາວໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ທົ່ວໂລກ ຄັ້ງທຳອິດ ຢູ່ທີ່ຄຸນໝິງ, ຜູ້ຮັບຜິດຊອບວຽກງານສົ່ງເສີມການລົງທຶນເຂດພູຂຽວຂອງໄທ ລາວ ຫວຽດນາມ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດ້ວຍກອງປະຊຸມແບບໂທລະສັບພາບຖ່າຍບັນທຶກ.ກອງປະຊຸມໄດ້ຈັດວຽກງານດຶງດູດການລົງທຶນເປັນຈຸດສຳຄັນທີ່ສຸດຂອງວຽກງານໃນປະຈຸບັນໂດຍເນັ້ນໜັກເຖິງໂອກາດທີ່ຫາຍາກທີ່ຈະຍຶດໝັ້ນການກໍ່ສ້າງຕາມ“ໜື່ງແລວໜື່ງເສັ້ນທາງ”ຂອງຈີນແລະ"ເສັ້ນທາງລົດໄຟຈີນ-ລາວ"ເປີດການດຳເນີນງານ,ຈັ້ງຕີນຈາກ 6 ບໍລິສັດ ລັດວິສາຫະກິດ ວິສາຫະກິດເອກະຊົນທີ່ມີຊື່ສຽງທີ່ໄດ້ເຊັນສັນຍາແລະວິສາຫະກິດຊັ້ນສອງທີ່ລໍຄອຍເຊັນສັນຍາ,ເພື່ອຊ່ວຍໃຫ້ໂຄງການດັ່ງກ່າວປະສົບຜົນສຳເລັດໃນເວລາທີ່ສັ້ນທີ່ສຸດ.

ກອງປະຊຸມໃຫຍ່ເຊັນສົນທິສັນຍາຄັ້ງທຳອິດຂອງເຂດເສດຖະກິດສະເພາະພູຂຽວລາວ ໄດ້ຈັດຂຶ້ນທີ່ມີຜົນສຳເລັດ


ວັນທີ 28 ມິຖຸນາ 2022, ກອງປະຊຸມສໍາມະນາ “ເຕົ້າໂຮມທີ່ພູຂຽວ ສ້າງຝັນດ້ວຍໃຈດຽວ”ຂອງເຂດເສດຖະກິດສະເພາະພູຂຽວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມເຈີ້ງຈ່ວງ ໂດຍເຂດເສດຖະກິດສະເພາະພູຂຽວລາວຮ່ວມກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ເປັນຜູ້ຈັດການ. ຄະນະປະຕິຮູບແຂວງຢຸນນານ ພະແນກການຄ້າ ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານ ນັກວິສາຫະກິດທັງໝົດປະມານ 150 ຄົນທີ່ມາຈາກບັນດາວິສາຫະກິດສູນກາງ ວິສາຫະກິດຂອງລັດທີ່ມີຂະແໜງການແຕກຕ່າງກັນ ແລະ ຂະໜາດເສດຖະກິດແຕກຕ່າງກັນໄດ້ເຕົ້າໂຮມຢູ່ຄຸນໝິງເພື່ອພ້ອມກັນສຳເລັດພຶດຕິກຳເພື່ອຄວາມເປັນທຳ. ທ່ານ.ນ ມະນີລາ ສົມບັນດິດ, ກົງສູນໃຫຍ່ ສປປ ລາວ ປະຈຳຄຸນໝິງ ແລະ ທ່ານ. ຈັນໄຊ ສຸລິພົນ ກົງສູນການຄ້າ ສປປ ລາວ ປະຈຳຄຸນໝິງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້.

ເຂດເສດຖະກິດສະເພາະພູຂຽວລາວໄດ້ມີການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ


ວັນທີ 21 ມິຖຸນາ 2022, ທ່ານ.ຕົງຫົງສີ,ປະທານຄະນະພັດທະນາເຂດເສດຖະກິດສະເພາະພູຂຽວ ຢ້ຽມຢາມມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ ແລະ ໄດ້ເຊັນສັນຍາການຮ່ວມມືທາງດ້ານຍຸດທະສາດຢ່າງເປັນທາງການກັບມູນນິທິແລກປ່ຽນວັດທະນະທຳສາກົນຢຸນນານ, ທ່ານ. ຕົງຫົງສີ ກ່າວວ່າ: ເຂດເສດຖະກິດສະເພາະພູຂຽວລາວຈະວາງແຜນເອົາເນື້ອໃນທີ່ດິນຈຳນວນໜຶ່ງເພື່ອສ້າງເປັນ"ສະຖານທີ່ພື້ນຖານຕົວຢ່າງສຳລັບການແລກປ່ຽນວັດທະນະທຳລາວ-ຈີນ"ເພື່ອປະກອບສ່ວນໃນການແລກປ່ຽນວັດທະນະທຳລະຫວ່າງສອງປະເທດລາວ-ຈີນ.

ກັບໄປທີ່ລາຍການ →